ສະເໜີຄົ້ນຄວ້າ ຍົກເວັ້ນອາກອນກຳໄລ ໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃສນິຄົມອຸສາຫະກຳ

ສະເໜີຄົ້ນຄວ້າ ຍົກເວັ້ນອາກອນກຳໄລ ໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃສນິຄົມອຸສາຫະກຳ

ສະເໜີຄົ້ນຄວ້າ ຍົກເວັ້ນອາກອນກຳໄລ ໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃສນິຄົມອຸສາຫະກຳ
ລັດຖະບານ ໄດ້ສະເໜີການຄົ້ນຄວ້າໃຫ້ນະໂຍບາຍພິເສດ ເພື່ອສົ່ງເສີມ ແລະ ດືງດູດການລົງທຶນໃນນິຄົມອຸດສາຫະກຳ ອຳມະຕະ ຊຶ່ງໄດ້ສະເໜີໃຫ້ນະໂຍບາຍຍົກເວັ້ນອາກອນກຳໄລ ໃນໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກຳ

ອໍາມະຕະ ໂດຍໄດ້ກຳນົດ 6 ເງື່ອນໄຂສະເພາະສຳລັບຜູ້ລົງທຶນໃນນິຄົມອຸດສາຫະກຳ ອຳມະຕະ ທີ່ຈະໄດ້ນະໂຍບາຍພິເສດດັ່ງກ່າວ.

ໃນວັນທີ 20 ມີນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ຂຶ້ນລາຍງານການຄົ້ນຄວ້າໃຫ້ນະໂຍບາຍພິເສດ ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນໃນຍິຄົມອຸດສາຫະກຳ ຕໍ່ກອງປະຊຸມໃນມື້ດັ່ງກ່າວນີ້ ເພື່ອສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ພິຈາລະນາ, ປະກອບຄໍາເຫັນ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ: ບັນຫາທີ່ເປັນໃຈກາງຂອງນະໂຍບາຍພິເສດໃຫ້ແກ່ຜູ້ລົງທຶນໃນ ນິຄົມອຸດສາຫະກໍາ ອໍາມະຕະ ເປັນໂຄງການພັດທະນານິຄົມອຸດສະຫະກໍາ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ; ນັ້ນແມ່ນນະໂຍບາຍທີ່ກ່ຽວພັນກັບການຍົກເວັ້ນອາກອນກໍາໄລ ໃນໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາດັ່ງກ່າວ. ນະໂຍບາຍຍົກເວັ້ນການເກັບອາກອນກໍາໄລ 30 ປີ ດັ່ງກ່າວ, ເປັນນະໂຍບາຍສູງ ເມື່ອທຽບໃສ່ການໃຫ້ນະໂຍບາຍດັ່ງກ່າວ ຢູ່ບັນດາປະເທດໃນພາກພື້ນອາຊຽນ, ລັດຖະບານ ກໍໄດ້ສະເໜີຄວາມຈໍາເປັນ 7 ຂໍ້ ທີ່ເຫັນວ່າມີຄວາມຈໍາເປັນໃນການໃຫ້ນະໂຍບາຍດັ່ງກ່າວ.

ແຕ່ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບການໃຫ້ນະໂຍບາຍຍົກເວັ້ນອາກອນກໍາໄລ 30 ປີ ແລະ ນະໂຍບາຍສົ່ງເສີມພິເສດອື່ນ, ລັດຖະບານ ກໍໄດ້ກໍານົດ 6 ເງື່ອນໄຂສະເພາະສໍາລັບຜູ້ພັດທະນາ ແລະ ຜູ້ຈະມາລົງທຶນໃນນິຄົມອຸດສາຫະກໍາ ອໍາມະຕະ ທີ່ຈະໄດ້ຮັບນະໂຍບາຍພິເສດດັ່ງກ່າວ.

(ລາຍລະອຽດຄວາມຈໍາເປັນ 7 ຂໍ້ ແລະ 6 ເງື່ອນໄຂ, ແມ່ນຕິດຕາມຢູ່ໜັງສືພິມປະຊາຊົນ ສະບັບລາຍວັນ)

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ